ນະໂຍບາຍທັງໝົດ

ນະໂຍບາຍຄວາມເປັນສ່ວນຕົວ (Privacy Policy)

ອັບເດດ 19 ຕ.ລ. 2026

ແພລັດຟອມ ສີມືຮັບ (SeeMueHub) ແມ່ນຜະລິດຕະພັນທີ່ເປັນກຳມະສິດ ແລະ ບໍລິຫານໂດຍ ບໍລິສັດ ແວນກ໊າດ ອິນນິທິເອທີຟ ຈຳກັດ ຈຳກັດ (Vanguard Initiative Co., Ltd).

1. ນິຍາມ (Definitions)

ເພື່ອໃຫ້ມີຄວາມເຂົ້າໃຈທີ່ຊັດເຈນໃນການນຳໃຊ້ນະໂຍບາຍນີ້, ຄຳສັບຕ່າງໆ ທີ່ນຳໃຊ້ໃນເອກະສານມີຄວາມໝາຍດັ່ງຕໍ່ໄປນີ້:ລະບົບ ສີມືຮັບ (Seemuehub): ໝາຍເຖິງ ແພລັດຟອມອອນລາຍ, ເວັບໄຊ ແລະ/ຫຼື ໂປຣແກຣມ(mobile application) ທີ່ຖືກສ້າງຂຶ້ນໂດຍ Seemuehub ເພື່ອເປັນສູນກາງໃນການເຊື່ອມຕໍ່ລະຫວ່າງ Freelance ແລະ ຜູ້ວ່າຈ້າງ.

  • ຜູ້ໃຊ້ (User): ໝາຍເຖິງ ບຸກຄົນ ຫຼື ຜູ້ປະກອບການທີ່ເຂົ້າເຖິງ ຫຼື ນຳໃຊ້ລະບົບ ສີມືຮັບ, ເຊິ່ງລວມເຖິງ Freelance ແລະ ຜູ້ວ່າຈ້າງ.

  • Freelance: ໝາຍເຖິງ ບຸກຄົນທີ່ມີຄວາມສາມາດ, ທັກສະ, ຄວາມຊ່ຽວຊານສະເພາະດ້ານໃດໜຶ່ງ ແລະ ນຳໃຊ້ລະບົບເພື່ອສະໜອງການບໍລິການໃຫ້ກັບຜູ້ວ່າຈ້າງ.

  • ຜູ້ວ່າຈ້າງ (Employer/Client): ໝາຍເຖິງ ບຸກຄົນ ຫຼື ຜູ້ປະກອບການທີ່ນຳໃຊ້ລະບົບເພື່ອຊອກຫາ ແລະ ວ່າຈ້າງ Freelance ເພື່ອປະຕິບັດວຽກງານສະເພາະໃດໜຶ່ງ.

  • ຂໍ້ມູນສ່ວນຕົວ (Personal Data): ໝາຍເຖິງ ຂໍ້ມູນທີ່ສາມາດນຳໃຊ້ເພື່ອລະບຸຕົວຕົນຂອງບຸກຄົນໄດ້, ເຊັ່ນ: ຊື່, ນາມສະກຸນ, ທີ່ຢູ່ອີເມວ, ເບີໂທລະສັບ, ທີ່ຢູ່, ແລະ ຂໍ້ມູນອື່ນໆ ທີ່ລະບຸໄວ້ໃນນະໂຍບາຍນີ້.

  • ເນື້ອຫາ (Content): ໝາຍເຖິງ ຂໍ້ມູນ, ຂໍ້ຄວາມ, ຮູບພາບ, ໄຟລ໌ວີດີໂອ, ຜົນງານຕົວຢ່າງ, ລາຍລະອຽດວຽກ, ແລະ ຂໍ້ມູນອື່ນໆ ທີ່ຜູ້ໃຊ້ອັບໂຫຼດ, ສ້າງ ຫຼື ເຜີຍແຜ່ໃນລະບົບ.

2. ນະໂຍບາຍການນຳໃຊ້ລະບົບ

ລະບົບ ສີມືຮັບ ຖືກສ້າງຂຶ້ນເພື່ອເປັນສູນກາງການເຊື່ອມຕໍ່ລະຫວ່າງພະນັກງານ Freelance ໃນ ສປປ ລາວ ແລະ ຜູ້ປະກອບການ ຫຼື ບຸກຄົນທີ່ຕ້ອງການຈ້າງ Freelance. ເພື່ອໃຫ້ການນຳໃຊ້ລະບົບເປັນໄປຢ່າງມີປະສິດທິພາບ, ປອດໄພ ແລະ ຍຸຕິທຳ, ຜູ້ໃຊ້ທຸກຄົນຕ້ອງປະຕິບັດຕາມນະໂຍບາຍດັ່ງຕໍ່ໄປນີ້:

2.1. ການລົງທະບຽນ ແລະ ຂໍ້ມູນຜູ້ໃຊ້

  • ຄວາມຖືກຕ້ອງຂອງຂໍ້ມູນ: ຜູ້ໃຊ້ທຸກຄົນຕ້ອງໃຫ້ຂໍ້ມູນທີ່ຖືກຕ້ອງ, ຄົບຖ້ວນ ແລະ ເປັນປັດຈຸບັນໃນເວລາລົງທະບຽນ ແລະ ໃນໂປຣໄຟລ໌ຂອງຕົນເອງ. ການໃຫ້ຂໍ້ມູນທີ່ເປັນເທັດອາດນຳໄປສູ່ການຖືກລະງັບບັນຊີ.

  • ບັນຊີດຽວ: ຜູ້ໃຊ້ແຕ່ລະຄົນ (ທັງ Freelance ແລະ ຜູ້ວ່າຈ້າງ) ໄດ້ຮັບອະນຸຍາດໃຫ້ມີພຽງໜຶ່ງບັນຊີເທົ່ານັ້ນ.

  • ຄວາມປອດໄພຂອງບັນຊີ: ຜູ້ໃຊ້ມີຄວາມຮັບຜິດຊອບໃນການຮັກສາລະຫັດຜ່ານ ແລະ ຂໍ້ມູນເຂົ້າສູ່ລະບົບຂອງຕົນເອງເປັນຄວາມລັບ. ຫ້າມເຜີຍແຜ່ ຫຼື ແບ່ງປັນບັນຊີໃຫ້ບຸກຄົນອື່ນ.

2.2. ການສ້າງໂປຣໄຟລ໌ ແລະ ການໂຄສະນາວຽກ

  • ໂປຣໄຟລ໌: Freelance ຕ້ອງສ້າງໂປຣໄຟລ໌ທີ່ຊັດເຈນ, ລະບຸທັກສະ, ປະສົບການ, ຜົນງານຕົວຢ່າງ (portfolio) ແລະ ອັດຕາຄ່າບໍລິການທີ່ຕ້ອງການ. ຫ້າມໃຊ້ຮູບພາບ ຫຼື ເນື້ອຫາທີ່ບໍ່ເໝາະສົມ.

  • ການໂພສວຽກ (Job Posting): ຜູ້ວ່າຈ້າງຕ້ອງອະທິບາຍລາຍລະອຽດວຽກໃຫ້ຊັດເຈນ, ລວມທັງຂອບເຂດວຽກ, ງົບປະມານ, ເວລາກຳນົດສົ່ງ ແລະ ທັກສະທີ່ຕ້ອງການ. ຫ້າມໂພສວຽກທີ່ຜິດກົດໝາຍ, ຜິດສິນທຳ ຫຼື ມີເນື້ອຫາທີ່ບໍ່ເໝາະສົມ.

2.3. ການສື່ສານ ແລະ ການເຮັດທຸລະກຳ

  • ການສື່ສານ: ຜູ້ໃຊ້ຄວນສື່ສານກັນຢ່າງສຸພາບ ແລະ ເປັນມືອາຊີບ ພາຍໃນລະບົບເທົ່ານັ້ນ. ການສື່ສານຢູ່ນອກລະບົບ ເຊັ່ນ: ຜ່ານແອັບພລິເຄຊັນອື່ນ, ອີເມວ, ຫຼື ໂທລະສັບ, ຈະບໍ່ໄດ້ຮັບການປົກປ້ອງຈາກນະໂຍບາຍນີ້. ຫ້າມໃຊ້ຄຳເວົ້າທີ່ຫຍາບຄາຍ, ສ້າງຄວາມກຽດຊັງ ຫຼື ປ່ອຍຂ່າວລື.

  • ການຊຳລະເງິນ: ສີມືຮັບສະໜອງຊ່ອງທາງການຊຳລະເງິນທີ່ປອດໄພເພື່ອອຳນວຍຄວາມສະດວກໃຫ້ຜູ້ໃຊ້. ຖ້າຜູ້ວ່າຈ້າງເລືອກຊຳລະເງິນຜ່ານລະບົບຂອງເຮົາ, ເງິນຈະຖືກເກັບໄວ້ໃນລະບົບກ່ອນ ແລະ ຈະຊຳລະໃຫ້ Freelance ເມື່ອຮັບຮອງການສົ່ງມອບວຽກຈາກຜູ້ຈ້າງງານສຳເລັດ. ການຊຳລະເງິນຢູ່ນອກລະບົບແມ່ນຈະບໍ່ໄດ້ຮັບການປົກປ້ອງຈາກນະໂຍບາຍນີ້.

  • ການແກ້ໄຂຂໍ້ຂັດແຍ່ງ: ໃນກໍລະນີເກີດຂໍ້ຂັດແຍ່ງລະຫວ່າງ Freelance ແລະ ຜູ້ວ່າຈ້າງ, ສີມືຮັບຈະໃຫ້ການຊ່ວຍເຫຼືອໃນການແກ້ໄຂຂໍ້ຂັດແຍ່ງໂດຍກົງ ສະເພາະກໍລະນີທີ່ທັງການສື່ສານ ແລະ ການຊຳລະເງິນໄດ້ຖືກເຮັດຜ່ານລະບົບຂອງເຮົາເທົ່ານັ້ນ. ສຳລັບການເຮັດທຸລະກຳຢູ່ນອກລະບົບ, ຜູ້ໃຊ້ຕ້ອງຮັບຜິດຊອບໃນການແກ້ໄຂບັນຫາກັນເອງ.

2.4. ຂໍ້ຫ້າມ

  • ຫ້າມນຳໃຊ້ລະບົບເພື່ອການກະທຳທີ່ຜິດກົດໝາຍ, ການສໍ້ໂກງ, ການສ້າງຄວາມເສຍຫາຍ ຫຼື ການລະເມີດສິດທິຂອງບຸກຄົນອື່ນ.

  • ຫ້າມໂພສເນື້ອຫາທີ່ເປັນການຈຳແນກເຊື້ອຊາດ, ສາດສະໜາ, ເພດ, ຄວາມພິການ ຫຼື ອື່ນໆ.

  • ຫ້າມສົ່ງສະແປມ, ໄວຣັສ ຫຼື ລະຫັດທີ່ເປັນອັນຕະລາຍຜ່ານລະບົບ.

  • ຫ້າມພະຍາຍາມເຂົ້າເຖິງລະບົບ ຫຼື ຂໍ້ມູນຂອງຜູ້ໃຊ້ຄົນອື່ນໂດຍບໍ່ໄດ້ຮັບອະນຸຍາດ.

  • ການລະເມີດລິຂະສິດ ແລະ ຊັບສິນທາງປັນຍາ: ຫ້າມນຳໃຊ້, ອັບໂຫລດ, ຫຼື ເຜີຍແຜ່ເນື້ອຫາໃດໆທີ່ລະເມີດລິຂະສິດ, ເຄື່ອງໝາຍການຄ້າ, ສິດທິບັດ, ຄວາມລັບທາງການຄ້າ, ຫຼື ຊັບສິນທາງປັນຍາອື່ນໆຂອງບຸກຄົນທີສາມ. ຜູ້ໃຊ້ມີຄວາມຮັບຜິດຊອບຢ່າງເຕັມທີ່ຕໍ່ເນື້ອຫາທີ່ຕົນເອງເຜີຍແຜ່.

2.5. ການປະຕິບັດຕາມກົດໝາຍທ້ອງຖິ່ນ

ຜູ້ໃຊ້ທຸກຄົນຕ້ອງຮັບຜິດຊອບໃນການປະຕິບັດຕາມກົດໝາຍ, ຂໍ້ບັງຄັບ, ດໍາລັດ, ແລະ ພັນທະຕ່າງໆຂອງ ສປປ ລາວ ທີ່ກ່ຽວຂ້ອງກັບການນໍາໃຊ້ລະບົບ, ການວ່າຈ້າງ, ການເຮັດວຽກ Freelance, ພາສີອາກອນ ແລະ ການຊໍາລະເງິນ. Seemuehub ບໍ່ມີພັນທະໃນການໃຫ້ຄຳປຶກສາດ້ານກົດໝາຍ ຫຼື ພາສີ.

2.6. ການຮັບປະກັນຄຸນນະພາບ ແລະ ການປະຕິເສດຄວາມຮັບຜິດຊອບ

  • Seemuehub ເປັນພຽງແພລັດຟອມສຳລັບເຊື່ອມຕໍ່ລະຫວ່າງ Freelance ແລະ ຜູ້ວ່າຈ້າງເທົ່ານັ້ນ. ພວກເຮົາບໍ່ໄດ້ກວດສອບຄຸນນະພາບວຽກຂອງ Freelance ຫຼື ຄວາມໜ້າເຊື່ອຖືຂອງຜູ້ວ່າຈ້າງໂດຍກົງ. ການຕັດສິນໃຈວ່າຈ້າງ ຫຼື ຮັບວຽກແມ່ນຂຶ້ນກັບການພິຈາລະນາຂອງຜູ້ໃຊ້ເອງ.

  • Seemuehub ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍ, ການສູນເສຍ, ຫຼື ຂໍ້ຂັດແຍ່ງໃດໆທີ່ເກີດຂຶ້ນຈາກການເຮັດທຸລະກຳລະຫວ່າງຜູ້ໃຊ້, ລວມເຖິງແຕ່ບໍ່ຈຳກັດສະເພາະການບໍ່ສຳເລັດຂອງວຽກ, ຄຸນນະພາບວຽກ ຫຼື ຂໍ້ຂັດແຍ່ງສ່ວນຕົວ.

2.7. ຄ່າທຳນຽມ: ສີມືຮັບ ຈະເກັບຄ່າທຳນຽມການບໍລິການ 10-15% ຂອງມູນຄ່າງານທັງໝົດທີ່ຜູ້ຈ້າງຊຳລະ (ຄ່າບໍລິການຈະຂື້ນກັບການສະໝັກເປັນຟຣີແລນຊ໌). ຄ່າທຳນຽມບໍລິການຈະຖືກຫັກກ່ອນ ແລະ ຊຳລະຍອດທີ່ເຫຼືອໃຫ້ຟຣີແລນຊ໌.

2.8. ການລະງັບ ຫຼື ຍົກເລີກບັນຊີ

  • ລະບົບສີມືຮັບສະຫງວນສິດໃນການລະງັບ ຫຼື ຍົກເລີກບັນຊີຂອງຜູ້ໃຊ້ທີ່ລະເມີດນະໂຍບາຍການນຳໃຊ້ ໂດຍບໍ່ຈຳເປັນຕ້ອງແຈ້ງລ່ວງໜ້າ.

  • ການກະທຳທີ່ຮ້າຍແຮງເຊັ່ນ: ການສໍ້ໂກງ, ການລະເມີດກົດໝາຍ, ຫຼື ການສ້າງຄວາມເສຍຫາຍໃຫ້ລະບົບ ຫຼື ຜູ້ໃຊ້ອື່ນ ອາດນຳໄປສູ່ການດຳເນີນຄະດີທາງກົດໝາຍ.

3. ນະໂຍບາຍການຮັກສາຂໍ້ມູນລະບົບ ສີມືຮັບ (Seemuehub)

ສີມືຮັບ (Seemuehub) Vanguard Initiative Co., Ltd ໃຫ້ຄວາມສຳຄັນກັບການປົກປ້ອງຂໍ້ມູນສ່ວນຕົວຂອງທ່ານ. ໃຫ້ຄວາມສຳຄັນກັບການປົກປ້ອງຂໍ້ມູນສ່ວນຕົວຂອງຜູ້ໃຊ້. ນະໂຍບາຍນີ້ອະທິບາຍເຖິງວິທີການທີ່ພວກເຮົາເກັບກຳ, ນຳໃຊ້, ເກັບຮັກສາ ແລະ ປົກປ້ອງຂໍ້ມູນຂອງທ່ານ.

3.1. ຂໍ້ມູນທີ່ພວກເຮົາເກັບກຳ

ພວກເຮົາເກັບກຳຂໍ້ມູນທີ່ຈຳເປັນເພື່ອໃຫ້ບໍລິການລະບົບສີມືຮັບຢ່າງມີປະສິດທິພາບ ເຊິ່ງລວມມີ:

  • ຂໍ້ມູນສ່ວນຕົວ: ຊື່, ນາມສະກຸນ, ທີ່ຢູ່ອີເມວ, ເບີໂທລະສັບ, ຂໍ້ມູນໂປຣໄຟລ໌ (ເຊັ່ນ: ທັກສະ, ປະສົບການ, ຜົນງານ, ຮູບພາບ).

  • ຂໍ້ມູນການນຳໃຊ້: ຂໍ້ມູນກ່ຽວກັບການໂຕ້ຕອບຂອງທ່ານກັບລະບົບ ເຊັ່ນ: ການຊອກຫາວຽກ, ການໂພສວຽກ, ປະຫວັດການສື່ສານ.

  • ຂໍ້ມູນທາງດ້ານເຕັກນິກ: ທີ່ຢູ່ IP, ປະເພດບຣາວເຊີ, ລະບົບປະຕິບັດການ, ເວລາເຂົ້າເຖິງ.

  • ຂໍ້ມູນບັນຊີທະນາຄານ: ຊື່ທະນາຄານ, ຊື່ເຈົ້າຂອງບັນຊີ , ເລກບັນຊີທະນາຄານ ແລະ ຮູບພາບປື້ມບັນຊີທະນາຄານ

3.2. ການນຳໃຊ້ຂໍ້ມູນ

ພວກເຮົາຈະນຳໃຊ້ຂໍ້ມູນທີ່ເກັບກຳມາເພື່ອຈຸດປະສົງດັ່ງຕໍ່ໄປນີ້:

  • ການໃຫ້ບໍລິການ: ເພື່ອອຳນວຍຄວາມສະດວກໃນການເຊື່ອມຕໍ່ລະຫວ່າງ Freelance ແລະ ຜູ້ວ່າຈ້າງ, ການສະແດງໂປຣໄຟລ໌, ການໂພສວຽກ, ແລະ ການສື່ສານພາຍໃນລະບົບໃຫ້ເປັນໄປຢ່າງສະດວກສະບາຍ.

  • ການປັບປຸງລະບົບ: ພວກເຮົາວິເຄາະຂໍ້ມູນການນຳໃຊ້ເພື່ອເຂົ້າໃຈວ່າຜູ້ໃຊ້ມີການໂຕ້ຕອບກັບລະບົບແນວໃດ. ການວິເຄາະນີ້ຊ່ວຍໃຫ້ພວກເຮົາ ປັບປຸງປະສິດທິພາບ, ອອກແບບຄຸນສົມບັດໃໝ່ໆ, ແລະ ຍົກລະດັບປະສົບການ ຂອງຜູ້ໃຊ້ໃຫ້ດີຂຶ້ນເລື້ອຍໆ.

  • ການແຈ້ງເຕືອນ: ພວກເຮົາຈະສົ່ງການແຈ້ງເຕືອນຕ່າງໆ ເພື່ອແຈ້ງໃຫ້ທ່ານຊາບກ່ຽວກັບ ວຽກທີ່ອາດກ່ຽວຂ້ອງກັບຄວາມຊ່ຽວຊານຂອງທ່ານ, ການອັບເດດລະບົບ, ການປ່ຽນແປງນະໂຍບາຍ, ຫຼື ຂໍ້ຄວາມສຳຄັນອື່ນໆ ທີ່ຈຳເປັນຕໍ່ການນຳໃຊ້ແພລັດຟອມ.

  • ຄວາມປອດໄພ: ເພື່ອປົກປ້ອງຜູ້ໃຊ້ ແລະ ລະບົບຂອງພວກເຮົາ, ພວກເຮົາໃຊ້ຂໍ້ມູນທີ່ເກັບກຳມາເພື່ອ ກວດສອບ ແລະ ປ້ອງກັນການກະທຳທີ່ອາດເປັນການສໍ້ໂກງ ຫຼື ການລະເມີດນະໂຍບາຍຕ່າງໆ. ນີ້ລວມເຖິງການຮັກສາຄວາມປອດໄພຂອງບັນຊີ, ການກວດຈັບກິດຈະກຳທີ່ຜິດປົກກະຕິ, ແລະ ການປົກປ້ອງຂໍ້ມູນສ່ວນຕົວ.

3.3. ການເປີດເຜີຍຂໍ້ມູນ

ພວກເຮົາຈະບໍ່ຂາຍ, ແລກປ່ຽນ, ຫຼື ໃຫ້ເຊົ່າຂໍ້ມູນສ່ວນຕົວຂອງທ່ານແກ່ບຸກຄົນທີສາມ, ຍົກເວັ້ນໃນກໍລະນີດັ່ງຕໍ່ໄປນີ້:

  • ດ້ວຍຄວາມຍິນຍອມຂອງທ່ານ: ພວກເຮົາຈະເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານຕໍ່ພາກສ່ວນອື່ນໄດ້ກໍຕໍ່ເມື່ອ ພວກເຮົາໄດ້ຮັບການອະນຸຍາດຢ່າງຊັດເຈນຈາກທ່ານເທົ່ານັ້ນ. ຕົວຢ່າງ: ທ່ານຕົກລົງທີ່ຈະໃຫ້ໂປຣໄຟລ໌ຂອງທ່ານຖືກສະແດງຕໍ່ຜູ້ວ່າຈ້າງ.

  • ຜູ້ໃຫ້ບໍລິການພາກສ່ວນທີສາມ: ພວກເຮົາອາດຈະແບ່ງປັນຂໍ້ມູນໃນຂອບເຂດທີ່ຈໍາເປັນກັບ ຜູ້ໃຫ້ບໍລິການທີ່ເຊື່ອຖືໄດ້ ເຊິ່ງເປັນຄູ່ຮ່ວມງານຂອງພວກເຮົາໃນການດໍາເນີນງານລະບົບ. ຕົວຢ່າງເຊັ່ນ: ການນໍາໃຊ້ບໍລິການໂຮສຕິ້ງເຊີເວີ ເພື່ອເກັບຮັກສາຂໍ້ມູນ, ຫຼື ບໍລິການດ້ານຄວາມປອດໄພ. ຜູ້ໃຫ້ບໍລິການເຫຼົ່ານີ້ມີພັນທະຕາມສັນຍາທີ່ຈະ ຮັກສາຄວາມລັບຂອງຂໍ້ມູນຂອງທ່ານຢ່າງເຂັ້ມງວດ.

  • ຂໍ້ກຳນົດທາງກົດໝາຍ: ໃນກໍລະນີທີ່ມີ ຄຳສັ່ງຈາກສານ, ກົດໝາຍ, ຫຼື ກົດລະບຽບຂອງລັດຖະບານທີ່ບັງຄັບໃຫ້ເປີດເຜີຍຂໍ້ມູນ, ພວກເຮົາອາດມີຄວາມຈຳເປັນຕ້ອງປະຕິບັດຕາມ. ພວກເຮົາຈະເປີດເຜີຍຂໍ້ມູນພຽງເທົ່າທີ່ຈຳເປັນຕາມກົດໝາຍກຳນົດ.

  • ການປົກປ້ອງສິດທິ: ພວກເຮົາອາດເປີດເຜີຍຂໍ້ມູນເພື່ອ ປົກປ້ອງສິດ, ຊັບສິນ, ຫຼື ຄວາມປອດໄພ ຂອງລະບົບ ສີມືຮັບ, ຜູ້ໃຊ້ຄົນອື່ນ, ຫຼື ຕໍ່ສາທາລະນະ. ຕົວຢ່າງ: ໃນກໍລະນີທີ່ມີການສໍ້ໂກງ, ການລະເມີດນະໂຍບາຍຂອງລະບົບ, ຫຼື ການກະທຳທີ່ອາດເປັນອັນຕະລາຍ.

3.4. ການຮັກສາຄວາມປອດໄພຂອງຂໍ້ມູນ

ພວກເຮົາໃຊ້ກຳລັງມາດຕະການດ້ານເຕັກນິກ ແລະ ການບໍລິຫານທີ່ສົມເຫດສົມຜົນເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງທ່ານຈາກການເຂົ້າເຖິງໂດຍບໍ່ໄດ້ຮັບອະນຸຍາດ, ການນຳໃຊ້ທີ່ຜິດພາດ, ການສູນເສຍ, ຫຼື ການທຳລາຍ. ເຖິງຢ່າງໃດກໍຕາມ, ບໍ່ມີລະບົບໃດສາມາດຮັບປະກັນຄວາມປອດໄພ 100% ໄດ້.

3.5. ການເກັບຮັກສາຂໍ້ມູນ

ພວກເຮົາຈະເກັບຮັກສາຂໍ້ມູນສ່ວນຕົວຂອງທ່ານໄວ້ຕາບໃດທີ່ຈຳເປັນເພື່ອຈຸດປະສົງທີ່ໄດ້ລະບຸໄວ້ໃນນະໂຍບາຍນີ້ ຫຼື ຕາມທີ່ກົດໝາຍກຳນົດ.

3.6. ສິດທິຂອງຜູ້ໃຊ້

  • ເຂົ້າເຖິງຂໍ້ມູນ: ຂໍເຂົ້າເຖິງຂໍ້ມູນສ່ວນຕົວຂອງຕົນເອງທີ່ພວກເຮົາເກັບກຳ.

  • ແກ້ໄຂຂໍ້ມູນ: ຂໍໃຫ້ແກ້ໄຂຂໍ້ມູນທີ່ບໍ່ຖືກຕ້ອງ ຫຼື ບໍ່ສົມບູນ.

  • ລຶບຂໍ້ມູນ: ຂໍໃຫ້ລຶບຂໍ້ມູນສ່ວນຕົວພາຍໃຕ້ເງື່ອນໄຂທີ່ກຳນົດ.

3.7. ການໃຊ້ Cookies ແລະ ເທັກໂນໂລຢີການຕິດຕາມ

ລະບົບສີມືຮັບອາດນຳໃຊ້ Cookies, Web Beacons, ແລະ ເທັກໂນໂລຢີການຕິດຕາມອື່ນໆ ເພື່ອປັບປຸງປະສົບການຂອງຜູ້ໃຊ້, ວິເຄາະການນຳໃຊ້ເວັບໄຊ, ແລະ ສະແດງເນື້ອຫາທີ່ກ່ຽວຂ້ອງ. ທ່ານສາມາດຈັດການການຕັ້ງຄ່າ Cookies ຜ່ານບຣາວເຊີຂອງທ່ານໄດ້, ແຕ່ການປິດໃຊ້ງານ Cookies ອາດສົ່ງຜົນກະທົບຕໍ່ການເຮັດວຽກບາງຢ່າງຂອງລະບົບ.

3.8. ການປົກປ້ອງຂໍ້ມູນຂອງເດັກນ້ອຍ

ລະບົບສີມືຮັບບໍ່ໄດ້ມີເຈດຕະນາເກັບກຳຂໍ້ມູນສ່ວນຕົວຈາກບຸກຄົນທີ່ມີອາຍຸຕ່ຳກວ່າ 15 ປີ. ຖ້າທ່ານເປັນພໍ່ແມ່ ຫຼື ຜູ້ປົກຄອງ ແລະ ເຊື່ອວ່າລູກຂອງທ່ານໄດ້ໃຫ້ຂໍ້ມູນສ່ວນຕົວແກ່ພວກເຮົາ, ກະລຸນາຕິດຕໍ່ພວກເຮົາເພື່ອໃຫ້ລຶບຂໍ້ມູນດັ່ງກ່າວອອກ.

3.9. ຊ່ອງທາງຕິດຕໍ່ (Contact Information)

ຖ້າທ່ານມີຄຳຖາມ, ຂໍ້ສົງໄສ, ຫຼື ຕ້ອງການໃຊ້ສິດທິຂອງທ່ານກ່ຽວກັບນະໂຍບາຍການຮັກສາຂໍ້ມູນນີ້, 
ກະລຸນາຕິດຕໍ່ພວກເຮົາຜ່ານ 
Email: info@seemuehub.com, info@vanguardinitiative.com

Tel: +856 20 9445 9922

Address: ບ້ານ ໜອງແຕ່ງເໜືອ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ 

(NongTaeng Nuea Village, Sikhottabong District, Vientiane Capital, Lao PDR)

3.10. ການປ່ຽນແປງນະໂຍບາຍ

ພວກເຮົາສະຫງວນສິດໃນການປັບປຸງນະໂຍບາຍການຮັກສາຂໍ້ມູນນີ້ເປັນບາງຄັ້ງຄາວ. ການປ່ຽນແປງໃດໆ ຈະມີຜົນບັງຄັບໃຊ້ທັນທີຫຼັງຈາກການເຜີແຜ່ໃນລະບົບ. ພວກເຮົາຈະແຈ້ງໃຫ້ຜູ້ຊາບຜ່ານຊ່ອງທາງທີ່ເໝາະສົມ.


3.11. ແອັບ Seemuehub ແລະ Seemuebiz

ນອກຈາກຂໍ້ມູນໃນຂໍ້ 3.1, ແອັບມືຖືຂອງພວກເຮົາ ເກັບ ແລະ ນຳໃຊ້ຂໍ້ມູນຕໍ່ໄປນີ້ ເພື່ອໃຫ້ບໍລິການເທົ່ານັ້ນ:

  • ກ້ອງ, ຮູບ ແລະ ໄມໂຄຣໂຟນ: ໃຊ້ເມື່ອທ່ານເລືອກຖ່າຍ ຫຼື ສົ່ງຮູບ, ໄຟລ໌, ວິດີໂອ ຫຼື ຂໍ້ຄວາມສຽງ, ແລະ ເມື່ອທ່ານບັນທຶກ QR ການຈ່າຍເງິນ. ແອັບບໍ່ອ່ານຮູບທັງໝົດໃນເຄື່ອງຂອງທ່ານ.
  • ເອກະສານຢືນຢັນຕົວຕົນ: ບັດປະຈຳຕົວ ຫຼື ໜັງສືຜ່ານແດນ (ເລກ, ວັນເກີດ, ເພດ, ສັນຊາດ) ສຳລັບການສະໝັກເປັນຟຣີແລນຊ໌ ແລະ ການລົງທະບຽນອົງກອນ, ພ້ອມໃບທະບຽນວິສາຫະກິດ. ເອກະສານເຫຼົ່ານີ້ເກັບແບບສ່ວນຕົວ, ສະເພາະທີມງານທີ່ກວດສອບເຫັນ.
  • ຂໍ້ມູນອຸປະກອນ: ລຸ້ນແອັບ, ລະບົບປະຕິບັດການ, ລຸ້ນເຄື່ອງ, ພາສາ ແລະ ລະຫັດການຕິດຕັ້ງແອັບ, ເພື່ອແກ້ໄຂບັນຫາໃຫ້ທ່ານ. ລະຫັດແຈ້ງເຕືອນ (push token), ເພື່ອສົ່ງແຈ້ງເຕືອນທີ່ທ່ານອະນຸຍາດ.
  • ການລາຍງານ ແລະ ການບລັອກ: ເມື່ອທ່ານລາຍງານ, ພວກເຮົາເກັບເນື້ອຫາທີ່ຖືກລາຍງານໄວ້ ເພື່ອໃຫ້ທີມງານກວດ. ລາຍຊື່ຄົນທີ່ທ່ານບລັອກ ເປັນສ່ວນຕົວ.

Seemue AI: ເມື່ອທ່ານໃຊ້ Seemue AI (ລວມທັງການອ່ານເອກະສານອັດຕະໂນມັດ), ຂໍ້ຄວາມ, ສຽງ, CV ຫຼື ຮູບເອກະສານ ທີ່ທ່ານສົ່ງ ຈະຖືກສົ່ງໄປປະມວນຜົນໂດຍ Google Gemini ຜ່ານ Vanguard AI ເຊິ່ງເປັນຜູ້ໃຫ້ບໍລິການຂອງພວກເຮົາ. ແອັບຂໍອະນຸຍາດທ່ານກ່ອນສົ່ງເທື່ອທຳອິດ, ແລະ ທ່ານຖອນການອະນຸຍາດໄດ້ທຸກເວລາໃນ ການຕັ້ງຄ່າ. ຖ້າບໍ່ອະນຸຍາດ, ທ່ານຍັງໃຊ້ສ່ວນອື່ນຂອງແອັບໄດ້ຕາມປົກກະຕິ.

ການລຶບບັນຊີ: ທ່ານຂໍລຶບບັນຊີໄດ້ໃນແອັບ ຫຼື ທີ່ www.seemuehub.org/account-deletion. ທ່ານຈະອອກຈາກລະບົບທັນທີ. ພາຍໃນ 30 ມື້ ພວກເຮົາລຶບໂປຣໄຟລ໌, CV, ເອກະສານຢືນຢັນຕົວຕົນ, ຂໍ້ມູນບັນຊີທະນາຄານ ແລະ ປະຫວັດການໃຊ້ Seemue AI. Order, ການຈ່າຍເງິນ ແລະ ຄຳຕິຊົມ ເກັບໄວ້ໂດຍບໍ່ມີຊື່ຂອງທ່ານ ເພາະບັນທຶກຂອງຄົນອື່ນ ແລະ ບັນຊີການເງິນ ຂຶ້ນກັບມັນ.

ແອັບບໍ່ຕິດຕາມທ່ານຂ້າມແອັບ ຫຼື ເວັບອື່ນ, ແລະ ບໍ່ຂາຍຂໍ້ມູນຂອງທ່ານ.